ຂ່າວລາຍວັນ

ປາເຢັ້ງຊາ ມາກາບໄຫວ້ພຣະຍານາກ ສຼີສັດຕະນາກຄະຣາຊ

ມາກາບໄຫວ້ພຣະຍານາກ ສຼີສັດຕະນາກຄະຣາຊ

,

ພຣະຍານາຄະຣາຊ 7 ສຽນ 7 ຂົດ ສູງ 7 ແມັດ ນ້ຳໜັກ 7 ໂຕນ ມີລວງຍາວ 32 ແມັດ ເມື່ອວັນທີ 31 ພຶດສະພາ 2022 ກົງກັບວັນຂື້ນ 1 ຄ່ຳ ເດືອນ 7 ໄດ້ມີການເຄື່ອນຍ້າຍພຣະຍານາກຄະຣາຊ

ທີ່ມີການສ້າງຂຶ້ນ ໂດຍພຣະອາຈານຂັດຕະຍະບາຣະມີ ຂະບວນຣົຖຂອງພຣະຍານາຄ ສະເດັດອອກຈາກເມືອງສຸວັນນະໂຄມຄຳຣັດຕະນະເຈດີສີບຸນເຮືອງ (ທາຕຸດອຍມ່ອນ ) ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຜ່ານເສັ້ນທາງເລກທີ່ 13 ເຫນືອຈາກແຂວງບໍ່ແກ້ວ ຜ່ານຫລວງນ້ຳທາ ແຂວງອຸດົມໄຊ ແຂວງຫລວງພະບາງ, ແຂວງວຽງຈັນ ແລະເຂົ້າສູ່ນະຄອນຫລວງວຽງຈັນ

ເພື່ອມາສະຖິດສະຖາພອນທີ່ວັດໂພທອງ ຫນອງຄຳແສນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ. ຫລັງຈາກມີການປະກອບ ຕິດຕັ້ງປະດັບປະດາສົມບູນແລ້ວ ຈະມີການສົມໂພດອີກຄັ້ງຫນຶ່ງ.

ໜອງຄຳແສນ ບ່ອນກຳເນີດຂອງພຣະນາກ ສຼີສັດຕະນາກຄະຣາຊ ເມືອງວຽງຈັນ

ໜອງຄຳແສນ ເປັນໜອງນ້ຳທຳມະຊາດ ຕັ້ງຢູ່ເຂດບ້ານຫ້ອມ ຖິ່ນເພຍ ສຼີຖານໃຕ້ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ , ປະຫວັດຂອງໜອງຄຳແສນ ຕິດພັນກັບນາກ ມາແຕ່ບູຮານນະການ ແລະໃກ້ໆແຄມໜອງຄຳແສນນັ້ນກໍ່ມີວັດປ່າໂພທອງ-ໜອງຄຳແສນ

ເພາະເມື່ອກ່ອນມີຜູ້ຖືສິນ (ຊາວບ້ານຮຽນວ່າ ປູ່ລືສືຕາໄຟ ເຄີຍມາບວດແລະຈຳພັນສາຢູ່ວັດແຫ່ງນີ້, ໜອງຄຳແສນ ແຫ່ງນີ້ເປັນເຂດການດູແລຂອງພຣະຍານາກນາໂຄ ເພາະເຂດຊາຍຟອງ-ໜອງຄຳແສນ

ເປັນເຂດຖິ່ນກຳເນີດຂອງພຣະຍານາກອົງທີ່ສຳຄັນ ແລະຫລາຍໆອົງ ເຊັ່ນ : ພຣະຍານາກ ສຼີສັດຕະນາກຄະຣາຊ ກໍ່ກຳເນີດໃນເຂດໜອງຄຳແສນ ແຫ່ງນີເອງ

ຂອບໃຈ ເນື້ອໃນຄົ້ນຄວ້າຊອກຄົ້ນຫາແລະຮີບໂຮມໂດຍ : Houmphet Manisouk

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page