ເຜີຍສາເຫດ ຍົນໂດຍສານຕົກ ທີ່ເນປານ ເຮັດໃຫ້ ມີຜູ້ເສຍຊີວິດ 72 ຄົນ
ບັນທຶກເຫດເຮືອບິນ ATR72-500 ທະບຽນ 9N-ANC ຂອງສາຍການບິນ Yeti Airlines , ສັນຊາດເນປາລ ປະສົບອຸບັດຕິເຫດ ຕົກທີ່ຝັ່ງແມ່ນຳ້ Seti ໃນວັນທີ 15 ມັງກອນ 2023ຜ່ານມາ,
,


ໃນວັນທີ 16 ກຸມພາ 2023 ທີ່ຜ່ານມາ ສຳນັກງານການບິນພົນລະເຮືອນຂອງປະເທດເນປານ (ອົງການການບິນພົນລະເຮືອນຂອງເນປານ)
ໄດ້ເຜີຍແຜ່ລາຍງານທຳອິດຈາກບັນທຶກຈາກກ໋ອງດຳຂອງເຮືອບິນ ATR72-500 ທີ່ເກັບກູ້ຂໍ້ມູນໄດ້ຈຳນວນຫຼາຍ “ໂດຍມີຄວາມເປັນໄປໄດ້ແມ່ນເກີດຈາກຄວາມຜິດພາດຂອງມະນຸດ (human error)


ໂດຍໄດ້ບັນທຶກວ່ານັກບິນໄດ້ຫຼຸດລະດັບລົງເພື່ອຈອດ ເຊິ່ງນັກບິນທີ່ 1 ໄດ້ສັ່ງໃຫ້ນັກບິນທີ່ 2 ດຳເນີນການ ກາງແຟັບລົງ (Full flaps down ) ແຕ່ນັກບິນທີ່ 2 ນັ້ນກັບໄປເຮັດການດຶງຄັນໂຍກຂຶ້ນ ເພື່ອຢຸດແຮງຂອງໃບພັດລົງ
ເຊິ່ງບໍ່ໄດ້ສ້າງແຮງຂັບ (Feathering Propeller) ຈົນເປັນເຫດໃຫ້ເຮືອບິນສູນເສຍແຮງຍົກ (Stall ) ແລະ ເກີດເປັນຫາຍຍະນະທາງການບິນໃນທີ່ສຸດ
ເຈົ້າໜ້າທີ່ກ່ຽວຂ້ອງຄາດວ່າ ຈະສາມາດເປີດເຜີຍຜົນການສືບສວນ-ສອບສວນ ຢ່າງເປັນທາງການໄດ້ພາຍໃນທ້າຍເດືອນກຸມພາ 2023.
ຊົມຄລີບ
ທີ່ມາ: https://indianexpress.com/article/explained/explained-sci-tech/what-is-feathering-preliminary-report-on-nepal-air-crash-8451694/