ຂ່າວລາຍວັນ
ສົງສານແດ່!..ຖືກໝາລຸມກັດຢູ່ຫົນທາງ ຈົນເສຍຊີວິດ
ເກີດເຫດສະຫຼົດໃຈ ເດັກນ້ອຍອາຍຸ 4 ປີເສຍຊີວິດ ຈາກການຖືກໝາລຸມກັດຢູ່ຫົນທາງໃນວັນອາທິດຜ່ານມາ.
,


ໃນວັນທີ 19 ກຸມພາ 2023 ທີ່ອິນເດຍມີການເຜີຍແພ່ວິດີໂອຈາກກ້ອງວົງຈອນ ທີ່ເດັກນ້ອຍຍ່າງຢູ່ຫົນທາງ ແລ້ວໝາຈຳນວນຫຼາຍກໍແລ່ນເຂົ້າມາກັດ ແລະ ລາກໄປມາ ເດັກນ້ອຍໄດ້ຮັບບາດເຈັບທີທ້ອງ ແລະ ເສຍຊີວິດກ່ອນທີ່ຈະຖືກນຳສົ່ງໂຮງໝໍ.
,
ພາຍຫຼັງທີ່ເຈົ້າໜ້າທີ່ເຂົ້າໄປກວດສອບ ພົບວ່າ ເດັກນ້ອຍຊື່ ພຣາດີບ (Pradeep) ອາຍຸ 4 ປີ ອາໄສຢູ່ໃນ Erukula Basti ຂອງປະເທດອິນເດຍ
ເຊິ່ງພໍ່ເປັນຜູ້ໄດ້ຮັບໜ້າທີ່ເຝົ້າເບິ່ງລູກ ແຕ່ຂະນະທີ່ເກີດເຫດ ພໍ່ໄດ້ເຮັດວຽກຢູ່ ແລະ ບໍ່ໄດ້ສັງເກດລູກ ຕໍ່ມາຈຶ່ງເກີດເຫດການດັ່ງກ່າວຂຶ້ນ.
ຊົມຄລີບ