ຂ່າວລາຍວັນ

ຝົນບໍ່ຕົກແຕ່ນໍ້າຖ້ວມ ປະຊາຊົນຂໍໄຫ້ມາແກ້ໄຂຊ່ອຍແດ່

ຝົນບໍ່ຕົກແຕ່ນໍ້າຖ້ວມ

.

ວັນທີ 23 ກຸມພາ 2023 ນີ້ ມີປະຊາຊົນທ່ານໜຶ່ງໂພສສ່ອງແສງຜ່ານເຟສບຸກສ່ວນຕົວ ວ່າ “ສະພາບທາງເຂົ້າໂຮງຮຽນປະຖົມສີເກີດຝົນບໍ່ຕົກແຕ່ນ້ຳຖວມຂໍໄຫ້ມາແກ້ໄຂຊ່ອຍແດ່”

ພາບທີ່ເຫັນເປັນພາບນໍ້າຖ້ວມທາງເຂົ້າໂຮງຮຽນປະຖົມບ້ານສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເຮັດໃຫ້ຜູ້ສັນຈອນໄປມາໄດ້ຮັບຄວາມຫຍຸ້ງຍາກ ແຕ່ຍັງບໍ່ຮູ້ສາເຫດວ່າເກີດຂຶ້ນຍ້ອນຫຍັງ ເກີດຂຶ້ນມາດົນແລ້ວບໍ່ ແລະ ຈະແກ້ໄຂແນວໃດ ?

ສ່ວນລາຍລະອຽດທີມງານຂ່າວໜັງສືພິມລາວພັດທະນາພວມລົງຕິດຕາມເບິ່ງເຫດການຕົວຈິງ ຫາກມີຄວາມຄືບໜ້າຈະລາຍງານໃຫ້ທ່ານໄດ້ຮັບຊາບ#ນໍ້າຖ້ວມ.

,

ຊົມຄລີບ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page