ຊາຍຄົນນີ້ເສຍຊີວິດແລ້ວກັບມາຟື້ນຊີບມີຊີວິດອີກຄັ້ງ
ຊາຍຄົນໜຶ່ງທີ່ຖືກຢັ້ງຢືນແລ້ວ ວ່າເສຍຊີວິດ ພາຍຫຼັງທີ່ຖືກພົບຢູ່ເສດອາຄານຖະຫຼົ່ມເນື່ອງຈາກແຜ່ນດິນໄຫວໃນຊີເຣຍ ແລະ ລາວໄດ້ກັບມາມີຊີວິດຄືນ.
,
ຊາຍຊື່ Ahmed al-Maghribi ໄດ້ໝົດສະຕິຈາກອາຄານຖະຫຼົ່ມ ແລ້ວກູ້ໄພໄດ້ດຶງຕົນໂຕຂອງລາວອອກມາ ແລະ ໄດ້ຖືກນຳສົ່ງໂຮງໝໍ ຫຼັງຈາກນັ້ນໝໍກໍໄດ້ລົງຄຳເຫັນ 2 ຄັ້ງ ຫຼັງກວດສອບວ່າລາວເສຍຊີວິດ ແລະ ນຳໂຕຂອງລາວແຊ່ໃນຫ້ອງເຢັນ ເພື່ອຖ້າພີ່ນ້ອງມາລະບຸຕົວຕົນ ແລະ ນຳໄປຝັງ.


ຜ່ານໄປ 2 ມື້ ຫຼງັຈາກທີ່ລະບຸຕົວຕົນສຳເລັດ ໂຕຂອງລາວກໍບັນຈຸໃສ່ຖົງດຳ ຫໍ່ໃຫ້ພີ່ນ້ອງ ເພື່ອນຳໄປຝັງຕາມພິທີທາງສາສະໜາ, ຂະນະທີ່ກຳລັງຫໍ່ ໂຕຂອງລາວມີການເຄື່ອນໄຫວຢູ່ພາຍໃນ
,
ພີ່ນ້ອງຄອບຄົວຈຶ່ງເປີດຖົງເບິ່ງ ພົບ Ahmed al-Maghribi ນອນມືນຕາຢູ່ ພ້ອມກັບບອກວ່າລາວສະບາຍດີ ບໍ່ໄດ້ເປັນຫຍັງ ຄອບຄົວຈຶ່ງນຳກັບໄປທີ່ໂຮງໝໍ ເພື່ອຮັກສາ.


ທັ້ງນີ້ ອາດເປັນຍ້ອນວ່າລາວຕົກໃຈ ແລະ ເກີດອາການຫົວໃຈຢຸດເຕັ້ນໄປຂະນະໜຶ່ງ ຈົນໝໍລົງຄຳເຫັນວ່າເສຍຊີວິດ.
,
ແຫຼ່ງຂ່າວ dailystar