ອຸບັດຕິເຫດລົດໄຟຕຳກັນໃນເກຣັກ ເສຍຊີວິດແລ້ວ 32 ຄົນ
ທີ່ປະເທດເກຣັກ (Greece) ເກີດອຸບັດຕິເຫດລົດໄຟໂດຍສານ ແລະ ລົດໄຟບັນທຸກສິນຄ້າແລ່ນມາຕຳກັນ ເປັນເຫດໃຫ້ມີຜູ້ເສຍຊີວິດເບື້ອງຕົ້ນຢ່າງໜ້ອຍ ເບື້ອງຕົ້ນ32 ຄົນ.
,


ໃນວັນທີ 1 ມີນາ 2023 ຊ່ວງເຊົ້າມືດທີ່ຜ່ານມາ ຕາມເວລາທ້ອງຖິ່ນຂອງປະເທດເກຣັກ ເກີດອຸບັດຕິເຫດລົດໄຟໂດຍສານ ແລະ ລົດໄຟບັນທຸກສິນຄ້າແລ່ນມາຕຳກັນ ໂດຍໃນລົດໄຟມີຜູ້ໂດຍສານປະມານ 350 ຄົນ, ເບື້ອງຕົ້ນມີຜູ້ເສຍຊີວິດແລ້ວ 32 ຄົນ ແລະ
ບາດເຈັບຢ່າງໜ້ອຍ 85 ຄົນ ໃນນີ້ມີຜູ້ບາດເຈັບສາຫັດ 25 ຄົນ.
ເຫດດັ່ງກ່າວເກີດຂຶ້ນທີ່ຮາງລົດໄຟໃກ້ກັບເມືອງເທັມພີ (Tempe) ພາກເໜືອຂອງປະເທດເກຣັກ ສົ່ງຜົນໃຫ້ຕູ້ລົດໄຟຫຼາຍຕູ້ຕົກຮາງ ແລະ ເກີດໄຟໄໝ້ຢ່າງໜ້ອຍ 3 ຕູ້.
ຂະນະນີ້ ເຈົ້າໜ້າທີ່ກູ້ໄພໄດ້ເຮັດວຽກກາງຄວັນຕຶບໜາ ເພື່ອຄົ້ນຫາຜູ້ທີ່ຕິດຢູ່ໃນລົດໄຟ.


ໄວລຸ້ນທີ່ລອດຊີວິດຄົນໜຶ່ງ ໄດ້ບອກວ່າ ກ່ອນເກີດເຫດ ລົດໄຟໄດ້ເບກຢ່າງແຮງຈົນເຫັນປະກາຍໄຟອອກມາ ຈາກນັ້ນກໍຢຸດກະທັນຫັນ
ໂດຍຕູ້ລົດໄຟຂອງລົດບໍ່ໄດ້ຕົກຮາງ ແຕ່ຕູ້ລົດໄຟທາງໜ້າແມ່ນພັງເສຍຫາຍໜັກ ແລະ ເມື່ອຕົນເອງໄດ້ເຫັນຕູ້ລົດໄຟທາງໜ້າໄຟໄໝ້ ຕົນເອງກໍຮີບໃຊ້ກະເປົາທຸບແວ່ນແຕກ ແລ້ວເອົາໂຕໜີອອກມາໄດ້.
ທາງການເກຣັກກ່າວວ່າ ເຫດການຄັ້ງນີ້ຮຸນແຮງຫຼາຍ ເຮົາກຳລັງຈັດຫາລົດເຄນ ອຸປະກອນຍົກເສດສາກ ແລະ ຕູ້ລົດໄຟ.
ແຫຼ່ງຂ່າວ ອັລຈາຊີລາ