ຂ່າວລາຍວັນ

ທະນາຄານການຄ້າ ອອກມາຊີ້ແຈງແລ້ວ ເລື່ອງ ພັນທະບັດ ຫມົດໄວ ຍ້ອນ..

#ຮຽນ: ບັນດາທ່ານ ລູກຄ້າ ທະນາຄານການຄ້າຕ່າງເທດລາວ ມະຫາຊົນ ທີ່ ນັບຖືຢ່າງສູງ,

#ເລື່ອງ: ການຈຳໜ່າຍພັນທະບັດຂອງ ທະນາຄານ ແຫ່ງ ສປປ ລາວ ສະກຸນເງິນກີບ ຢູ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃນວັນທີ 28 ກຸມພາ 2023.

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮັບການຄັດເລືອກ ໃຫ້ເປັນຫນຶ່ງໃນບັນດາຕົວແທນຈໍາຫນ່າຍພັນທະບັດ ຂອງ ທະນາຄານ ແຫ່ງ ສປປ ລາວ (ທຫລ) ໃນຄັ້ງນີ້.

ຜ່ານການ ຈໍາຫນ່າຍຕົວຈິງເຫັນວ່າ ພັນທະບັດ ທຫລ ໄດ້ຮັບຄວາມເຊື່ອຫມັ້ນຈາກມວນຊົນເພີ່ມຂຶ້ນ ເຮັດໃຫ້ການຈໍາຫນ່າຍໃນ ຄັ້ງນີ້ ປະສົບຜົນສໍາເລັດຕາມລະດັບຄາດຫມາຍ. ເຖິງຢ່າງໃດກໍ່ຕາມ, ການຈໍາຫນ່າຍພັນທະບັດໃນຄັ້ງນີ້ ມີລູກຄ້າບາງ ທ່ານບໍ່ສາມາດຊື້ໄດ້ຕາມຄວາມຕ້ອງການຂອງລູກຄ້າ ຍ້ອນບາງເຫດຜົນຕົ້ນຕໍດັ່ງນີ້:

1, ຄວາມຕ້ອງການຊື້ພັນທະບັດ ທຫລ ຂອງລູກຄ້າ ມີຈໍານວນຫຼວງຫລາຍ ເມື່ອທຽບໃສ່ຈໍານວນພັນທະບັດ ທີ ່ອອກຈໍາຫນ່າຍ

2, ການຈໍາຫນ່າຍພັນທະບັດ, ທຄຕລ ໄດ້ນໍາໃຊ້ຮູບແບບການຈໍາຫນ່າຍ ແບບລວມສູນໃນລະບົບສ່ວນກາງ ແລະ ຕັດຍອດພ້ອມກັນທັນທີທົ່ວລະບົບ ໃນຈໍານວນ 25 ປ່ອງບໍລິການ ເຊີ່ງປະກອບມີ 01 ສໍານັກງານໃຫຍ່, 20 ສາຂາ ແລະ 97 ຫນ່ວຍບໍລິການ ໃນຂອບເຂດທົ່ວປະເທດ ເຮັດໃຫ້ການຈໍາຫນ່າຍພັນທະບັດ ທຫລ ໃນຄັ້ງ ນີ້ ສໍາເລັດໃນເວລາອັນສັ້ນ.

ສໍາລັບລູກຄ້າ ທີ່ບໍ່ສາມາດຊື້ພັນທະບັດ ທຫລ ໃນຄັ້ງນີ້, ທຄຕລ ຕ້ອງຂໍອະໄພເປັນຢ່າງສູງມານະທີ່ນີ້ດ້ວຍ. ພ້ອມດຽວກັນນັ້ນ ທຄຕລ ຈະນໍາເອົາບົດຮຽນໃນຄັ້ງນີ້ໄປປັບປຸງ ແລະ ແກ້ໄຂ ໃຫ້ດີຂຶ້ນຕື່ມເພື່ອສ້າງຄວາມປະທັບ ໃຈໃຫ້ລູກຄ້າ ໃນຕໍ່ຫນ້າ.

ທ້າຍສຸດນີ້, ທຄຕລ ຂໍໃຫ້ລູກຄ້າ ກໍ່ຄືສັງຄົມ ສືບຕໍ່ໃຫ້ຄວາມເຊື່ອຫມັ້ນ ແລະ ໄວ້ວາງໃຈຕໍ່ການບໍລິການຂອງ ທຄຕລ ແລະ ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ລູກຄ້າ ແລະ ສັງຄົມ ທີ່ໃຫ້ການຊຸກຍູ້ ສະຫນັບສະຫນູນ ການ ບໍລິການຕ່າງໆຂອງ ທຄຕລ ດ້ວຍດີຕະຫຼອດມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page