ແຈ້ງການດ່ວນ!.. ຊາວມັກຊື້ເລກຮູ້ແລ້ວບໍ່.. ຍັງໄດ້ຮັບເງີນເຕັມໆ ເພາະເຫດນີ້…
ແຈ້ງການ ເຖິງ: ລູກຄ້າພໍ່ແມ່ປະຊາຊົນ ຜູ້ມັກສ່ຽງໂຊກຊິງລາງວັນ ທາງບໍລິສັດ ຂໍແຈ້ງການປ່ຽນແປງໃຫ້ຊາບຕື່ມວ່າ
ເລື່ອງ: ການເກັບອາກອນ ຜູ້ໂຊກດີ 5% ແລະ ອາກອນລາຍໄດ້ຈາກ ຄົນຂາຍ 5%
ຍັງບໍ່ໄດ້ປະຕິບັດເທື່ອ ໃຫ້ເລື່ອນໄປກ່ອນ ໂດຍບໍ່ມີກໍານົດ
ຖ້າຫາກມີການປ່ຽນແປງຕື່ມແນວໃດ ທາງບໍລິສັດຈະແຈ້ງຕື່ມພາຍຫຼັງ
ຂໍຂອບໃຈ


ເຊີ່ງຂ່າວກ່ອນຫນ້າ
ແຈ້ງການດ່ວນເຖິງ: ລູກຄ້າພໍ່ແມ່ປະຊາຊົນ ຜູ້ມັກສ່ຽງໂຊກຊິງລາງວັນເລື່ອງ: ການມອບພັນທະອາກອນລາຍໄດ້ຈາກການຖືກຫວຍນະຄອນຫຼວງວຽງຈັນແຈ້ງການແນະນໍາ
…
ແຈ້ງການ ເຖິງ: ລູກຄ້າພໍ່ແມ່ປະຊາຊົນ ຜູ່ມັກສ່ຽງໂຊກຊິງລາງວັນ ເລື່ອງ: ການມອບພັນທະອາກອນລາຍໄດ້ຈາກການຖືກຫວຍ ອີງຕາມແຈ້ງການແນະນໍາເພີ່ມເຕີມຂອງກົມສ່ວຍສາອາກອນ
ສະບັບ ເລກທີ 0171 / ສອ.ນວ ລົງວັນທີ 20/02/2023 ເລີ່ມຕັ້ງແຕ່ງວດວັນທີ 01/03/2023 ເປັນຕົ້ນໄປ ແມ່ນທາງ ບໍລິສັດຈະໄດ້ຫັກອາກອນລາຍໄດ້ຜູ່ຖືກຫວຍ 5% ຂອງມູນຄ່າ ຖືກຫວຍ ແບບບໍ່ມີຍົກເວັ້ນ
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ

