ທ່ານຄິດແນວໃດ ສາຍຝົນເວົ້າແນວນີ້ ..ອ່ານໃຫ້ຈົບ ຂໍຄຳເຫັນແດ່
ຕອນນີ້ຍອດບໍລິຈາກຄືສິຫລາຍລ້ານຢູ່ ສາຍຝົນກະດີໃຈທີ່ມີຄົນໃຈດີ ເມດຕາສົງສານນ້ອງ ເເຕ່ໃນອີກມຸມຫນຶ່ງ ມັນຖືກເເລ້ວບໍ
..
ເດັກນ້ອຍເຮັດຜິດຄວນຕັກເຕືອນ,ອົບຮົມສັ່ງສອນ ບໍເເມ່ນສົ່ງເສີມເເລະໃຫ້ການສະຫນັບສະຫນູນພໍ່ເເມ່ຄອບຄົວນ້ອງເພາະມັນເບີ່ງຄືເຮົາກຳລັງສົ່ງເສີມຄົນເຮັດຜິດຢູ່ ຂີ້ລັກເເລ້ວໃດດີ ເເລະເຮົາກຳລັງມອງຂ້າມເດັກນ້ອຍຄົນອື່ນໆເດ ທີ່ເຂົາທຸກຍາກຄືກັນມັນມີຫລາຍ
ພວກເດັກນ້ອຍເຫລົ່ານັ້ນຄວນໃດ້ຮັບຄວາມຮັກເເລະສົ່ງເສີມ ການທີ່ຈະຊ່ວຍເຫລືອຄົນນະມັນບໍ່ຜິດ ເເຕ່ຈະຜິດກະຕອນຊ່ວຍໂດຍທີ່ບໍ່ເເຍກເເຍະຂຶ້ນຊື່ວ່າຂີ້ລັກຈະຜູ້ນ້ອຍຫລືຜູ້ໃຫຍ່ມັນກະຄືໂຈນ
ການເປັນໂຈນມັນກະເລີ່ມຈາກລັກສິ່ງນ້ອຍໆ ຄັ້ງນີ້ລັກຂະຫນົມຕໍ່ໄປກະລັກເງິນລັກຄຳ ເຮົາຢາກເເກ້ໄຂຕ້ອງໄຂໃຫ້ຖືກຈຸດ ບໍເເມ່ນເຫັນຄົນຮ້າຍກາຍເປັນຄົນດີ
ເລື່ອງອີຕົນນ້ອງກະອີຕົນເເຕ່ວ່າສິ່ງທີ່ນ້ອງເຮັດມັນບໍ່ຖືກເເລະຜູ້ທີ່ຈັບນ້ອງມັດກະເຮັດເກີນໄປ
ເເຕ່ຖ້າຜູ້ໃຫຍ່ໃຫ້ທ້າຍເເບບນີ້ນ້ອງກະຕ້ອງຄິດວ່າສິ່ງທີ່ນ້ອງເຮັດມັນຖືກ ຖ້າສາຍຝົນເວົ້າໄປຜິດໃຈໃຜຂໍອະໄພ ເເຕ່ຢາກໃຫ້ທຸກລອງເເລກປ່ຽນຄວາມຄິດເຫັນນຳກັນເດີ້
ທີ່ມາ

