ຊາຍສັນຊາດອາເມຣິກາ ເສຍຊີວິດຈາກເຊື້ອ “ອະມີບາກິນສະໝອງ
ສຳນັກງານສາທາລະນະສຸກຂອງລັດຟໍລິດາ ຂອງສະຫະລັດອາເມຣິກາ ເປີດເຜີຍວ່າ ພົບຊາຍຄົນໜຶ່ງ ເສຍຊີວິດຈາກເຊື້ອ “ອະມີບາກິນສະໝອງ
” ໂດຍເປັນໄປໄດ້ວ່າຊາຍຄົນດັ່ງກ່າວຕິດເຊື້ອອະມີບາ ພາຍຫຼັງໃຊ້ນ້ຳປະປາລ້າງໂພງດັງ ໂດຍມີການຢືນຢັນການເສຍຊີວິດໃນວັນທີ 23 ກຸມພາ ທີ່ຜ່ານມາ ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມເຕີມ.
,
ມີການຄາດວ່າ ຊາຍຄົນນີ້ ຕິດເຊື້ອອະມີບາ ຊະນິດນີເກີເຣຍ (Naegleria fowleri) ພາຍຫຼັງທີ່ລ້າງໂພງດັງ ດ້ວຍນ້ຳປະປາ ແຕ່ຕອນນີ້ຍັງຢູ່ໃນຂັ້ນຕອນການສືບສວນ.
ເຊື້ອອະມີບາ ຊະນິດນີເກີເຣຍ ເປັນສິ່ງທີ່ມີຊີວິດທີ່ພົບໃນດິນ ແລະ ນ້ຳຈືດທົ່ວໂລກ ເຊິ່ງມັນສາມາດເຂົ້າສູ່ຮ່າງກາຍຄົນເຮົາຜ່ານດັງ ແລະ ໄປຫາສະໝອງ ຈາກນັ້ນເຊື້ອຈະໄປທຳລາຍເນື້ອເຍື່ອສະໝອງຈົນເກີດການຕິດເຊື້ອຮຸນແຮງ ທີ່ເອີ້ນວ່າ ໂຣກເຍື່ອຫຸ້ມສະໝອງອັກເສບຈາກອະມີບາ (Primary amoebic meningoencephalitis) ຫຼື ອະມີບາກິນສະໝອງ.
ໂດຍທົ່ວໄປແລ້ວ ຄົນເຮົາບໍ່ສາມາດຕິດເຊື້ອອະມີບາຈາກການດື່ມນ້ຳປະປາໄດ້ ແລະ ການຕິດເຊື້ອສ່ວນໃຫຍ່ຈະມາຈາກການລອຍນ້ຳຕາມຫ້ວຍ ຫຼື ແມ່ນ້ຳໃນຊ່ວງລະດູຮ້ອນ ເນື່ອງຈາກອະມີບາ ມັກຄວາມຮ້ອນ ແລະ ເຕີບໂຕໄດ້ດີໃນບ່ອນອຸນຫະພູມສູງ.
ການຈະໃຊ້ນ້ຳລ້າງໂພງດັງ ຄວນໃຊ້ນ້ຳທີ່ກັ່ນຕອງມາແລ້ວ ຫຼື ນ້ຳທີ່ຜ່ານການຂ້າເຊື້ອແລ້ວ ຈຶ່ງລ້າງໂພງດັງໄດ້ ສ່ວນນ້ຳປະປາຄວນເອົາໄປຕົ້ມຢ່າງໜ້ອຍ 1 ນາທີ ແລະ ປ່ອຍໃຫ້ເຢັນກ່ອນ ຈຶ່ງສາມາດລ້າງໂພງດັງໄດ້.
ແຫຼ່ງຂ່າວ financialexpress