ຂ່າວລາຍວັນ
ແຈ້ງດ່ວນ!..ທະນາຄານການຄ້າ ມີກຸ່ມຄົນຜູ້ບໍ່ຫວັງດີ ໄດ້ມີການມາ ລັກລອບເອົາຂໍ້ມູນບັດໂດຍຜ່ານຕູ້ເອທີເອັມແບບນີ້..
ແຈ້ງເຕືອນໄພ
.
ເຖິງ: ບັນດາລູກຄ້າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ເຄົາລົບ ແລະ ນັບຖືເປັນຢ່າງສູງ ເພື່ອເປັນການສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມລາວໃຫ້ຫມົດໄປ.
ໃນປະຈຸບັນນີ້ໄດ້ມີກຸ່ມຄົນຜູ້ບໍ່ຫວັງດີ ໄດ້ມີການມາ ລັກລອບເອົາຂໍ້ມູນບັດໂດຍຜ່ານຕູ້ເອທີເອັມດ້ວຍຫຼາຍຮູບຫຼາຍແບບຄືດັ່ງຮູບຂ້າງລຸ່ມນີ້, ສະນັ້ນ ຈິ່ງໄດ້ຮຽກຮ້ອງມາຍັງບັນດາທ່ານ ຊ່ວຍເປັນເຈົ້າການນໍາກັນ
ເມື່ອເວລານໍາໃຊ້ຕູ້ເອທິເອັມຄວນເອົາໃຈໃສ່ເປັນພິເສດຄວນເອົາມືບັງລະຫັດຂອງຕົນເອງ ເວລາກົດລະຫັດທຸກໆຄັ້ງ, ຄວນມີການປ່ຽນລະຫັດລັບຢູ່ເລື້ອຍໆ ຫຼື
ຖ້າຫາກກວດພົບເຫັນອຸປະກອນຄ້າຍຄືກັນກັບຮູບພາບ ລຸ່ມນີ້ແມ່ນໃຫ້ໂທແຈ້ງດ່ວນຫາພະນັກງານທີ່ຮັບຜິດຊອບຕາມເບີລຸ່ມນີ້:

