ໄປບູຊາຮັບໂຊກເດີ້ .. ຖໍ້າມີພຣະພຸດທະຮູບ 229 ອົງ ເຊິ່ງລ້ວນແຕ່ມີອາຍຸເກົ່າແກ່ຫຼາຍກວ່າ 600 ປີ


ເຊີນເດີເຊີນທ່ຽວເຊີນສຳພັດ “ຄວາມງົດງາມທຳມະຊາດ ແລະ ພາກພູມໃຈໃນມູນມໍລະດົກວັດຖຸບູຮານ ຖໍ້າພຣະໜອງປາຝາ ບ້ານນາຂ້າງຊ້າງ ເມືອງທ່າແຂກ ແຂວງຄໍາມ່ວນ ສປປລາວ”
,


(1) ສະຖານທີ່ຕັ້ງຢູ່ເສັ້ນທາງເລກທີ 12 ຫ່າງຈາກຕົວເມືອງທ່າແຂກ ປະມານ 14 ກິໂລແມດ ແລະ ພາຍໃນຖໍ້າມີພຣະພຸດທະຮູບສະກຸນຊ່າງສະໄໝອານາຈັກລາວລ້ານຊ້າງຈໍານວນຫຼວງຫລາຍເຖິງ 229 ອົງ ເຊິ່ງລ້ວນແຕ່ມີອາຍຸເກົ່າແກ່ຫຼາຍກວ່າ 600 ປີ;


,


(2) ພາຍໃນຂອງຖໍ້າ ມີປາຝາທີ່ສວຍງາມ ຈື່ງໄດ້ຊື່ວ່າຖໍ້າໜອງປາຝາ, ຖໍ້ານີ້ມີລັກສະນະເປັນຖໍ້າສອງຊັ້ນຢອງກັນຢູ່ຊັ້ນ:
1. ຖໍ້າຊັ້ນເທິງແມ່ນຖໍ້າແຫ້ງທີ່ມີພຣະພຸດທະຮູບຂະໜາດນ້ອຍໃຫ່ຍເກົ່າແກ່ປະດິດສະຖານຢູ່ຕາມພັກຄ້າຍຄືຂັ້ນໄດ,


2. ຖໍ້າດ້ານລຸ່ມແມ່ນມີນໍ້າໄຫລລອດອອກມາຈາກຫນອງປາຝາ,
3. ຖໍ້າທັງສອງມີຄວາມຍາວປະມານ 200 ແມັດ, ເຊິ່ງມີຄວາມງົດງາມຫລາຍ ເຕັມໄປດ້ວຍຫີນຍ້ອຍ ຫີນງອກ ຫຼາກຫຼາຍຂະຫນາດ ແລະ ມີຮູບຮ່າງທີ່ແຕກຕ່າງກັນໄປ ຢັ່ງຢາຍໄປຕາມຖໍ້າ.

