ແຈ້ງການດ່ວນ!..ກ່ຽວບັນຫາທີ່ເກີດຂຶ້ນກັບລູກຄ້າທີ່ນໍາໃຊ້ບັດ ATM UnionPay ແລ້ວ ເງີນຖືກດູດອອກ
#ແຈ້ງການ ຮຽນ: ບັນດາທ່ານລູກຄ້າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ເຄົາລົບ ແລະ ນັບຖື.
ເລື່ອງ: ບັນຫາທີ່ເກີດຂຶ້ນກັບລູກຄ້າທີ່ນໍາໃຊ້ບັດ BCEL ATM UnionPay ແລະ ແນວທາງແກ້ໄຂ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ກ່ຽວກັບ ການໃຫ້ບໍລິການລູກຄ້າ ໄລຍະຜ່ານມາແມ່ນໄດ້ປະຕິບັດຕາມລະບຽບ ແລະ ນິຕິກໍາທີ່ກ່ຽວຂ້ອງ ບົນພື້ນຖານການ ຫັນເປັນທັນສະໄຫມ,
ມີຄວາມປອດໄພ ແລະ ຮັບປະກັນຜົນປະໂຫຍດສູງສຸດຂອງລູກຄ້າເປັນຫຼັກ. ທຄຕລ ໄດ້ມີ ການພັດທະນາຜະລິດຕະພັນຕ່າງໆ ໂດຍສະເພາະແມ່ນຜະລິດຕະພັນບັດ ແລະ ການໃຫ້ບໍລິການເອເລັກໂທຼນິກ ເພື່ອ ອອກມາຮັບໃຊ້ສັງຄົມ ແລະ
ໄດ້ຮັບຄວາມເຊື່ອຫມັ້ນດ້ວຍດີຕະຫຼອດມາ ຮອດປະຈຸບັນ ໄດ້ມີຂ່າວຈໍານວນຫນຶ່ງທີ່ລົງ ເຜີຍແຜ່ໃນສື່ສັງຄົມອອນລາຍ ທີ່ໄດ້ສ້າງຜົນກະທົບໃນທາງກົງ ແລະ ທາງອ້ອມຕໍ່ຄວາມເຊື່ອຫມັ້ນຂອງລູກຄ້າ ຈໍານວນຫນຶ່ງ.
ສະນັ້ນ, ທຄຕລ ຈຶ່ງຂໍແຈ້ງໃຫ້ ທ່ານຊາບດັ່ງນີ້:
1. ທຄຕລ ມີລະບົບຄຸ້ມຄອງຂໍ້ມູນ ແລະ ການປ້ອງການຄວາມປອດໄພທີ່ທັນສະໄຫມ ແລະ ໄດ້ມາດຕະຖານ ສາກົນ;
2. ເພື່ອປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນ ທຄຕລ ຮຽກຮ້ອງໃຫ້ບັນດາລູກຄ້າມີສ່ວນຮ່ວມ ປະຕິບັດດັ່ງນີ້: 1) ທຄຕລ ຮຽກຮ້ອງໃຫ້ລູກຄ້າທີ່ໃຊ້ບັດ BCEL ATM UnionPay ຫຼື ບັດປະເພດອື່ນໆ ນໍາໃຊ້ບັດຜ່ານຕູ້ ATM ຂອງ ທຄຕລ ເປັນຫຼັກ ແລະ
ໃຫ້ສັງເກດອຸປະກອນຕ່າງໆກ່ອນນໍາໃຊ້ໃນແຕ່ລະຄັ້ງ. ຖ້າເຫັນ ອຸປະກອນແປກປອມໃດໆຕິດຢູ່ຕູ້ ATM ກະລຸນາໂທແຈ້ງ ທະນາຄານໂດຍທັນທີ ຜ່ານສາຍດ່ວນ 1555; 2)
ຖ້າຫາກທ່ານສົງໄສວ່າ ມີບຸກຄົນອື່ນຮູ້ລະຫັດຂອງທ່ານ ຫຼື ລະຫັດຂອງທ່ານຖືກໂຈນລະກໍາ ພາຍຫຼັງມີ ການນໍາໃຊ້ຜ່ານຕູ້ ATM ທະນາຄານອື່ນໆທັງພາຍໃນ ແລະ ຕ່າງປະເທດ ລູກຄ້າສາມາດປ່ຽນລະຫັດບັດ ຂອງທ່ານໄດ້ດ້ວຍຕົນເອງ;
3) ທຄຕລ ໄດ້ພັດທະນາລະບົບປ້ອງກັນຢູ່ໃນ BCEL One ທີ່ລູກຄ້າສາມາດເປີດ-ປິດບັດ BCEL ATM UnionPay ຫຼື ບັດປະເພດອື່ນ ດ້ວຍຕົນເອງ ເພື່ອເພີ່ມການປ້ອງກັນອີກລະດັບຫນຶ່ງ;
4) ສໍາລັບລູກຄ້າທຸກທ່ານທີ່ຍັງນໍາໃຊ້ບັດເອທີເອັມແຖບແມ່ເຫຼັກ ATM UnionPay (Magstripe) ກະລຸນາ ມາປ່ຽນເປັນບັດຊິບ ATM UnionPay Chip ທີ່ມີມາດຕະຖານຄວາມປອດໄພທີ່ສູງກວ່າ. ເພາະວ່າ:
ບັດເອທີເອັມ ATM UnionPay (Magstripe) ມີຄວາມສ່ຽງໃນການຖືກລັກຂໍ້ມູນ (Skimming); 3. ສໍາລັບເຫດການທີ່ເກີດຂຶ້ນ ແລະ ໄດ້ມີການລົງໃນສື່ສັງຄົມອອນລາຍ ທຄຕລ ມີຄວາມຍິນດີຮັບຟັງ ແລະ ເອົາໃຈໃສ່ ແກ້ໄຂບັນຫາໃຫ້ກັບລູກຄ້າບົນພື້ນຖານ
ການກວດສອບຂໍ້ມູນຄວາມເປັນຈິງຂອງແຕ່ລະກໍລະນີ ພ້ອມທັງຮັບຜິດຊອບ ຕາມນິຕິກໍາ ແລະ ກົດຫມາຍທີ່ກ່ຽວຂ້ອງ. ສະນັ້ນ, ຖ້າຫາກວ່າລູກຄ້າພົບເຫັນບັນຫາທີ່ ເກີດຂື້ນຈາກການໃຫ້ບໍລິການ ໂດຍສະເພາະລາຍການເຄື່ອນໄຫວບັນຊີທີ່ບໍ່ໄດ້ຮັບອະນຸຍາດ ແມ່ນສາມາດ
ເຂົ້າມາພົວພັນນາ ທຄຕລ ໄດ້ຢູ່ສໍານັກງານໃຫຍ່, ບັນດາສາຂາ ແລະ ຫນ່ວຍບໍລິການໃນຂອບເຂດທົ່ວ ປະເທດ ເພື່ອໃຫ້ສາມາດແກ້ໄຂໄດ້ທັນສະພາບ. ນອກຈາກນັ້ນ ທຄຕລ ຍັງເປີດໃຫ້ບໍລິການ ຜ່ານສາຍ ດ່ວນ 1555 ຫຼື ຜ່ານລະບົບວັນແຄ (BCEL OneCare)ໄດ້ຕະຫຼອດ 24 ຊົ່ວໂມງ;
4. ທຄຕລ ໄດ້ມີຄວາມພະຍາຍາມໃນການແກ້ໄຂບັນຫາໃຫ້ລູກຄ້າ ເຊິ່ງຈໍາເປັນຕ້ອງໃຊ້ເວລາໃນການກວດ ສອບຂໍ້ມູນຫຼັກຖານຕາມຄວາມເປັນຈິງ ສະນັ້ນ ຈຶ່ງຂໍໃຫ້ລູກຄ້າໄດ້ມີເຂົ້າໃຈຕໍ່ຂະບວນການດັ່ງກ່າວດ້ວຍ;
5. ທຄຕລ ຂໍໃຫ້ລູກຄ້າ ແລະ ສັງຄົມມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ ທີ່ບໍ່ມີມູນຄວາມເປັນຈິງ ຫຼື ຂໍ້ມູນ ທີ່ມີລັກສະນະບິດເບືອນຄວາມເປັນຈິງ ແລະ ຂໍໃຫ້ມີຄວາມເຊື່ອຫມັ້ນຕໍ່ລະບົບການໃຫ້ບໍລິການ ແລະ ຜະລິດຕະພັນຂອງ ທຄຕລ.
ດັ່ງນັ້ນ, ຈຶ່ງໄດ້ແຈ້ງການມາຍັງທ່ານເພື່ອຮັບຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.


,

