ຂ່າວລາຍວັນ

ດ່ວນ!..ເຫດຄົນຈົມນ້ຳ ກູ້ໄພກຳລັງເລັ່ງຄົ້ນຫາ

ໃນວັນຈັນ ທີ 10/03/2023 ເວລາ 11:20ນາທີ ທາງໜ່ວຍກູ້ໄພ ມູນນິທິ ກູ້ໄພແມ່ຍິງລາວກ້າວຫນ້າ

ໄດ້ຮັບແຈ້ງເຫດຈາກ: ປະຊາຊົນ ຜ່ານເບີສຸກເສີນ: 020 78995858 ວ່າມີຄົນລົງໄປຫລີ້ນນໍ້າແລ້ວ ຈົມຫາຍໄປ

ຈຸດເກີດເຫດ: ບ້ານໂຄກເພີງ ເມືອງສັງທອງ ນະຄອນຫຼວງວຽງຈັນ ເມື່ອໜ່ວຍກູ້ໄພ ມູນນິທິ ກູ້ໄພແມ່ຍິງລາວກ້າວຫນ້າ

ໄປຮອດຈຶ່ງໄດ້ຈັດທີມຄົ້ນຫາໃຕ້ນ້ຳລົງກວດສອບແລະຄົ້ນຫາຮ່າງຂອງຜູ້ເສຍຊີວິດທັງໜ້ານ້ຳແລະໃຕ້ນ້ຳເປັນເວລາປະມານ1ມື້ ແຕ່ຍັງບໍ່ທັນພົບເຫັນຮ່າງຂອງຜູ້ເສຍຊີວິດເທື່ອ

ຂໍ້ມູນຈາກທາງຄອບຄົວເຊິ່ງຜູ້ເສຍຊີວິດເປັນເພດ: ຊາຍ

ຊື່: ທ້າວ ຕົ້ນ ອາຍຸ 14 ປີ ອາຊີບ: ນັກຮຽນ ບ້ານ: ໂຄກເພີງ ເມືອງ: ສັງທອງ ແຂວງ: ນະຄອນຫລຼວງວຽງຈັນ

ປັດຈຸບັນເມື່ອທາງໜ່ວຍກູ້ໄພ ມູນນິທິ ກູ້ໄພແມ່ຍິງລາວກ້າວຫນ້າ ກຳລັງຄົ້ນຫາຮ່າງຂອງຜູ້ເສຍຊີວິດຕໍ່ໄປເພື່ອຈະໄດ້ນຳເອົາຮ່າງຂອງນ້ອງຂຶ້ນມາເຮັດພິທີຕາມປະເພນີ ແລະ ທາງໜ່ວຍກູ້ໄພ ມູນນິທິ ກູ້ໄພແມ່ຍິງລາວກ້າວຫນ້າ

ຂໍສະເເດງຄວາມເສຍໃຈນຳຍາດຕິພີ່ນ້ອງ

ກັບເຫດການຄັ້ງນີ້ດ້ວຍ…….

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page