ຂ່າວລາຍວັນ

ທ່ານ ບຸນໂຈມ ເຈົ້າແຂວງສະຫວັນນະເຂດ ໄດ້ເຄື່ອນ ໄຫວຕິດຕາມເບິ່ງພື້ນຖານໂຄງ ລ່າງໂດຍສະເພາະເສັ້ນທາງໄປ ຫາແຫຼ່ງທ່ອງທ່ຽວ

ໃນວັນທີ 8 ມີນາ 2023, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າ ແຂວງ ສະຫວັນນະເຂດ, ພ້ອມດ້ວຍທ່ານ ນາງ ຫຼິງທອງ ແສງຕາວັນ ຮອງ ເຈົ້າແຂວງ ຜູ້ຊີ້ນຳວຽກງານວັດ ທະນະທຳ-ສັງຄົມຂອງແຂວງ ແລະບັນດາການນຳຂອງແຂວງ,

.

ນັກວິຊາການທີ່ກ່ຽວຂ້ອງ, ນັກ ລົງທຶນຈຳນວນໜຶ່ງ, ໄດ້ເຄື່ອນ ໄຫວຕິດຕາມເບິ່ງພື້ນຖານໂຄງ ລ່າງໂດຍສະເພາະເສັ້ນທາງໄປ ຫາແຫຼ່ງທ່ອງທ່ຽວ, ພ້ອມທັງໄດ້ ໃຫ້ທິດຊີ້ນຳແກ່ການນຳຂອງ ເມືອງທີ່ກ່ຽວຂ້ອງໃນການກຳນົດ ຂອບເຂດຂອງແຫ່ຼງທ່ອງທ່ຽວ, ການກຳນົດໂຊນບໍລິການຢູ່ຕາມ ແຫຼ່ງທ່ອງທ່ຽວແຫ່ງຕ່າງໆ.

ກ່ອນອື່ນ, ທ່ານເຈົ້າແຂວງ ສະຫວັນນະເຂດ ໄດ້ສຳຫຼວດເສັ້ນ ທາງບໍລິເວນແຄມຂອງແຕ່ນະ ຄອນໄກສອນພົມວິຫານ ໄປຫາ ແຫຼ່ງທ່ອງທ່ຽວຜາສາດເຮືອນ ຫີນ ເມືອງໄຊພູທອງ ໄລຍະທາງ ເກືອບ 40 ກິໂລແມັດ, ຍັງມີຄວາມ ຫຍຸ້ງຍາກ, ທາງສ່ວນໃຫຍ່ເປ້ເພ,

ເປັນຂຸມ, ເປັນໂນນສ້າງຄວາມ ຫຍຸ້ງຍາກໃນການເດີນທາງ. ສ່ວນ ການພັດທະນາແຫຼ່ງທ່ອງທ່ຽວຜາ ສາດເຮືອນຫີນ ທ່ານເຈົ້າແຂວງໄດ້ເນັ້ນໜັກໃຫ້ທ່ານເຈົ້າເມືອງ ສົມທົບກັບພະແນກຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ແຂວງຮ່ວມກັນສຳຫຼວດ, ຈັດສັນ, ກຳນົດຂອບເຂດແຫຼ່ງທ່ອງທ່ຽວ ໃຫ້ມີໃບໜ້າໃໝ່,

ສ້າງຄວາມສົນ ໃຈໃຫ້ແກ່ນັກທ່ອງທ່ຽວ, ພ້ອມທັງ ສົ່ງເສີມສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນບ້ານ. ຈາກນັ້ນ ກໍ່ໄດ້ມີການສຳຫຼວດເສັ້ນທາງ ຈາກຜາສາດເຮືອນຫີນຫາບ້ານ ໜອງນົກຂຽນ (ເສັ້ນທາງ 13 ໃຕ້) ເຊິ່ງເປັນທາງດິນແດງມີໄລ ຍະທາງ 14 ກິໂລແມັດ, ຖ້າໄດ້ຍົກ ລະດັບເສັ້ນທາງແຫ່ງນີ້ຈະເປັນ

ການອຳນວຍຄວາມສະດວກໃຫ້ ແກ່ນັກທ່ອງທ່ຽວຕື່ມອີກ. ເວລາ ຕໍ່ມາ, ທ່ານເຈົ້າແຂວງ ພ້ອມຄະ ນະກໍ່ໄດ້ເດີນທາງໄປນະມັດສະ ການພຣະທາດໂຜ່ນ ເຊິ່ງເປັນອີກ ແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ມີຊື່ ສຽງຂອງເມືອງໄຊພູທອງ, ເຊິ່ງ ໃນຈຸດນີ້ ທ່ານກໍ່ໄດ້ແນະນຳຄະ ນະນຳຂອງເມືອງກໍ່ຄືພະແນກ ການທີ່ກ່ຽວຂ້ອງ,

ອໍານາດການ ປົກຄອງບ້ານໂພນທາດ ເອົາໃຈ ໃສ່ໃນການພັດທະນາແຫຼ່ງທ່ອງ ທ່ຽວພຣະທາດໂຜ່ນໃຫ້ມີຄວາມ ເປັນລະບຽບຮຽບຮ້ອຍ ໂດຍສະ ເພາະການຈັດສັນຕະຫຼາດ, ການຂາຍເຄື່ອງທີ່ລະລຶກທີ່ເປັນເອກະລັກ ແລະຮ້ານອາຫານ, ສະຖານ ທີ່ຈອດລົດ ທີ່ສາມາດຮອງຮັບນັກ ທ່ອງທ່ຽວເຂົ້າມາໃຫ້ມີຄວາມ ສະດວກຂຶ້ນກວ່າເກົ່າ.

ໃນຕອນບ່າຍຂອງວັນດຽວ ກັນ, ທ່ານເຈົ້າແຂວງສະຫວັນນະ ເຂດ ພ້ອມຄະນະ ໄດ້ລົງຕິດຕາມເບິ່ງແຫຼ່ງທ່ອງທ່ຽວຢູ່ເຂດເມືອງ ຈຳພອນ, ໂດຍເລີ່ມຈາກແຫຼ່ງທ່ອງ ທ່ຽວທຳມະຊາດອ່າງເກັບນ້ຳສຸຍ, ແຫຼ່ງທ່ອງທ່ຽວດົງລີງບ້ານດົງ ເມືອງ ແລະໄປນະມັດສະການ ແຫຼ່ງທ່ອງທ່ຽວທາງດ້ານວັດ ທະນະທຳວັດໜອງລຳຈັນ.

ໃນໂອກາດນີ້ທ່ານໄດ້ແນະນຳໃຫ້ ຄະນະນຳຂອງເມືອງກໍ່ຄືອຳນາດ ການປົກຄອງບ້ານ ແລະພາກສ່ວນ ທີ່ກ່ຽວຂ້ອງ ຈົ່ງພ້ອມກັນພັດທະ ນາແຫຼ່ງທ່ອງທ່ຽວໃຫ້ເກີດປະ ໂຫຍດສູງສຸດ, ສຳຄັນແມ່ນການ ຈັດສັນສິ່ງອຳນວຍຄວາມສະ ດວກ, ສ້າງຈຸດດຶງດູດສິ່ງທີ່ເປັນ ເອກະລັກຂອງທ້ອງຖິ່ນ ແລະຮີດ ຄອງປະເພນີດັ້ງເດີມທີ່ຄວນອະ ນຸລັກຮັກສາ.

ຈາກນັ້ນ ເວລາຕໍ່ມາ ທ່ານກໍ່ໄດ້ເດີນທາງມາເບິ່ງຈຸດພັກລົດ ກໍ່ຄືຈຸດຂາຍປີ້ງໄກ່ລາດ ສາມລ່ຽມເຊໂນ ເມືອງອຸທຸມພອນ ເຊິ່ງຢູ່ຈຸດດັ່ງກ່າວນີ້ເປັນອີກຈຸດ ໜຶ່ງ ທີ່ເປັນບ່ອນຕ້ອນຮັບແຂກ ແລະປີ້ງໄກ່ລາດເຊໂນກໍ່ເປັນຜະ ລິດຕະພັນໂອດອບທີ່ມີຊື່ສຽງໂດ່ງ ດັງ. ດັ່ງນັ້ນ ຕ້ອງໄດ້ສ້າງຄວາມ ໝັ້ນໃຈ ແລະຄວາມຊື່ສັດໃຫ້ແກ່ ຜູ້ມາໃຊ້ບໍລິການ, ຕ້ອງມີການ ຈັດສັນຮ້ານຂາຍເຄື່ອງ ແລະຖືກ ຫຼັກສຸຂະອະນາໄມ, ຫຸ້ມຫໍ່ດ້ວຍ ເອກະລັກສະເພາະ.

ຕໍ່ມາ, ທ່ານເຈົ້າແຂວງກໍ່ໄດ້ ແວ່ເຂົ້າຊົມ ເບິ່ງການພັດທະນາ ແຫຼ່ງທ່ອງທ່ຽວທຳມະຊາດປ່າສະ ຫງວນດົງນາຕາດບ້ານທາດອີງ ຮັງນະຄອນໄກສອນ ພົມວິຫານ,

ພ້ອມທັງເບິ່ງທິວທັດທຳມະຊາດ ແຫຼ່ງທ່ອງທ່ຽວອ່າງເກັບນ້ຳ ບຶງວະ, ເພື່ອຟື້ນຟູແຫຼ່ງທ່ອງທ່ຽວ ແຫ່ງນີ້ຄືນໃໝ່, ເຊິ່ງໃນເບື້ອງ ຕົ້ນຄາດວ່າຈະໄດ້ມີການພັດທະ ນາຖະໜົນຫົນທາງໃຫ້ມີຄວາມສະ ດວກ ແລ້ວຈຶ່ງພັດທະນາດ້ານອື່ນ, ເພາະວ່າແຫຼ່ງທ່ອງທ່ຽວບຶງວະ ເປັນແຫຼ່ງທ່ອງທ່ຽວທີ່ໃກ້ເທດສະ ບານແຂວງ, ເໝາະກັບການພັກ ຜ່ອນ ຫຼືຕ້ອນຮັບແຂກ..

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page