ອຸຕຸເຕືອນ!.. ແຕ່ລະແຂວງນີ້ ຫນາວເຢັນແຮງ ແລະ ຈະມີຝົນຕົກໜັກພ້ອມມີລົມພັດແຮງ
ຄາດຄະເນສະພາບອາກາດ ໃນໄລຍະວັນທີ 13 ຫາ 15 ມີນາ 2023. ໃນໄລຍະວັນທີ 13 ຫາ 19 ມີນາ 2023 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະມີກໍາລັງອ່ອນ ຫາ ປານ ກາງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ,
,
ພ້ອມດຽວກັນກະແສລົມຕາເວັນອອກ – ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນ ສ່ວນໃຫຍ່, ຊື່ງຈະເຮັດໃຫ້ອາກາດເຢັນ ຫາ ຫນາວເຢັນ ຢູ່ແຂວງພາກເຫນືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູ ພຽງບໍລະເວນ ພ້ອມຈະມີລົມພັດແຮງເປັນບາງໂອກາດ.
ສໍາລັບແຂວງພາກເຫນືອດ້ານຕາເວັນຕົກ, ພາກກາງ ແລະ ພາກໃຕ້ ອາກາດຈະຮ້ອນຂື້ນ ພ້ອມມີຫມອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖີ່ນແຂວງ
ພາກເຫນືອດ້ານຕາເວັນອອກ: (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ: ອາກາດຫນາວເຢັນ ພ້ອມມີຝົນຕົກໃນລະດັບຕ່ອຍ ຫຼື ເນື້ອທີ່ ປົກຫຸ້ມຂອງຝົນເທົ່າ 30 ເປີເຊັນຂອງພາກ. ທຸນຫະພູມໃນລະຫວ່າງ 10–23 ອົງສາ.
ພາກເຫນືອດ້ານຕາເວັນຕົກ: (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ: ອາກາດເຢັນ ຫາ ຫນາວເປັນ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30 ເປີເຊັນ ຂອງພາກ, ອຸນຫະພູມໃນລະຫວ່າງ 12–32 ອົງສາ.
ນະຄອນຫຼວງວຽງຈັນ: ອາກາດເປັນ ພ້ອມມີຫມອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງບໍລິເວນ, ອຸນຫະພູມໃນລະຫວ່າງ 15-32 ອົງສາ.
ພາກກາງ: (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ); ອາກາດເຢັນ ຫາ ຫນາວເຢັນ ແລະ ພ້ອມມີລົມພັດແຮງເປັນ ບາງໄລຍະ ທຸນຫະພູມໃນລະຫວ່າງ 15-32 ອົງສາ.
ແຂວງໄຊສົມບູນ: ອາກາດຫນາວເຢັນ ແລະ ມີຫມອກບາງຝຶກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 10-25 ອົງສາ
ພາກໃຕ້: ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເປັນລົງຕື່ມເລັກນ້ອຍ ແລະ ພ້ອມມີລົມພັດແຮງເປັນບາງ ໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 21-35 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ: ອາກາດຫນາວເຢັນ ແລະ ຍັງຈະມີຝົນຕົກໃນລະດັບຄອຍຢູ່ເຂດເມືອງດາກຈຶງ ພ້ອມມີລົມພັດແຮງເປັນ ບາງໂອກາດ. ອຸນກະຊຸມໃນລະຫວ່າງ 09 – 27ອົງສາ.


.


.


.

