ຂ່າວລາຍວັນ

ຂ່າວດີ!..ໄດ້ຮັບເງິນທີ່ຖືກດູດໄປ ກັບຄືນມາແລ້ວ

ໄດ້ຮັບເງິນທີ່ຖືກດູດໄປ ກັບຄືນມາແລ້ວ

,

ວັນທີ 10 ມີນາ 2023 ຜ່ານມານີ້ ຜູ້ໃຊ້ເຟສບຸກ Viyalak Vongprachanh ໂພສພາບບັນຊີ ພ້ອມຂໍ້ຄວາມວ່າບັນຊີຂອງຂ້ອຍ ຖືກດູດເງິນໂດຍບໍ່ຮູ້ສາເຫດ ສູນເສຍໄປ 57 ລ້ານກວ່າກີບ ຈຶ່ງໄດ້ມີການໄປແຈ້ງຄວາມໄວ້ ພ້ອມເຂົ້າໄປລາຍງານທະນາຄານ.

ຫລ້າສຸດ ວັນທີ 14 ມີນາ 2023 ນີ້ ຜູ້ໃຊ້ເຟສບຸກຄົນດຽວກັນນັ້ນໄດ້ອອກມາໂພສຕື່ມວ່າ: ກ່ອນໜ້ານີ້ ທີ່ຂ້າພະເຈົ້າໄດ້ໂພສຂໍ້ຄວາມລົງໄປກ່ຽວກັບ

ເງິນໃນບັນຊີຖືກຖອນອອກໂດຍບໍ່ຮູ້ສາເຫດນັ້ນ ປັດຈຸບັນແມ່ນໄດ້ຮັບການແກ້ໄຂ ແລະ ໄດ້ຮັບເງິນຄືນຈາກທະນາຄານແລ້ວ, ຍ້ອນຄວາມກັງວົນ ແລະ ຕົກໃຈ ຈື່ງໄດ້ໂພສລົງໄປດ້ວຍຂໍ້ຄວາມຕາມທີ່ເຫັນ ພຽງເພື່ອຢາກໃຫ້ໝູ່ເພື່ອນໃນເຟສບຸກມີສະຕິລະວັງຕົວເທົ່ານັ້ນ.

ພາຍຫຼັງທີ່ໄດ້ໂພສຂໍ້ຄວາມລົງໄປກໍມີໝູ່ເພື່ອນຫຼາຍຄົນເຂົ້າມາສະແດງຄວາມຄິດເຫັນ ແລະ ກົດແຊຣ ອອກໄປເປັນຈໍານວນຫຼາຍ ຕໍ່ກັບບັນຫາດັ່ງກ່າວ ທະນາຄານໄດ້ແກ້ໄຂ ແລະ ຂ້າພະເຈົ້າກໍໄດ້ຮັບເງິນຄືນແລ້ວ ແລະ ເພິ່ນກໍໄດ້ແນະນໍາໃຫ້ປ່ຽນບັດເກົ່າ ໃຫ້ເປັນບັດຊິບຮູບແບບໃໝ່ທັນທີ.

ສຸດທ້າຍນີ້ ຢາກແນະນໍາກັບທຸກຄົນວ່າ ໃຫ້ມີສະຕິລະວັງຕົວ ຖ້າເກີດບັນຫາກ່ຽວກັບການໃຊ້ບໍລິການຂອງທະນາຄານ ໃຫ້ຮີບຕິດຕໍ່ ແລະ ສອບຖາມກັບທະນາຄານກ່ອນ

ຜ່ານຊ່ອງທາງທີ່ເປັນທາງການເທົ່ານັ້ນ ເຊັ່ນ: ໂທສາຍດ່ວນ 1555 ຫຼື ຕິດຕໍ່ພະນັກງານ ຜ່ານແອັບ BCEL One ເພື່ອການຮັບຮູ້ຂໍ້ມູນທີ່ຖືກຕ້ອງຕາມຄວາມເປັນຈິງ ແລະ ແກ້ໄຂໃຫ້ທັນສະພາບ”

ສຳລັບທ່ານໃດທີ່ໄດ້ຮັບຄວາມເສຍຫາຍ ໃຫ້ຮີບໄປແຈ້ງທະນາຄານດ່ວນເດີ ພ້ອມປະຕິບັດຕາມຄຳແນະນຳຂອງທະນາຄານ ເພື່ອປ້ອງກັນໄພຈາກມິດສາຊີບ.

ແກ້ໄຂໃຫ້ຂ້າພະເຈົ້າດ່ວນແລະຂໍຄຳຊີ້ແຈ້ງເພື່ອໃຫ້ຂ້າພະເຈົ້າແລະປະຊາຊົນມີຄວາມໝັ້ນໃຈຂື້ນຕື່ນ ( ໂພດບໍໃດ້ປະຈານທະນາຄານໃດໃດຜາກມາເຕືອນສະຕິພີ່ນ້ອງທຸກຄົນ )

,

,

,

,

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page