ຂ່າວລາຍວັນ

ລົດປ້າຍຟ້າແຕ່ຄົນຈີນຂີ່ໄປກິນເຂົ້າຮ້ານ.. ມີໃຜຮູ້ຈັກແດ່ ລົດຄັນນີ້ ໃຫ້ມາຮັບຜິດຊອບແນ່

ມີໃຜຮູ້ຈັກແດ່ ລົດຄັນນີ້ ປ້າຍລົດ ກກ 6766 ເປັນຂອງກະຊວງໃດ?

ເພາະມື້ນີ້ວັນອາທິດ ທີ່19.03 .2023 ເວລາ ປະມານ12ໂມງ08 ນາທີ ມີຄົນຈີນມານຳກັນ 4ຄົນ ຂັບລົດຄັນນີ້ ມາກິນເຂົ້າຢູ່ປີ້ງໄກ່ນາປົ່ງສາຂາໂພນທັນ ເວລາຂີ່ລົດເຂົ້າໄປເດີ່ນຈອດລົດ ຂີ່ເລັ່ງໄວໆ ຢຽບກ້ອນໝາກຫີນ ຟົ້ງໃສ່ແກ້ວລົດ

ທາງຂ້າງເບື້ອງຄົນຂັບແຕກມຸ່ນແລ້ວບໍ່ຍອມຮັບຜິດຊອບຮ້ອງໄປເບິ່ງກ້ອງວົງຈອນປິດກະບໍ່ຍອມໄປເບິ່ງ ເຮັດວ່າບໍ່ຮູ້ພາສາລາວບໍ່ເຂົ້າໃຈພາສາ.ຄົນຂັບແມ່ນຄົນທີ່ຫົວໂລ້ນ.ຕອນນີ້ຂັບລົດໜີແລ້ວ.

ມີໃຜຮູ້ແດ່ວ່າຄວນເຮັດແນວໃດ ຕໍ່ສະຖານະການແບບນີ້? ຊ່ວຍແຊຕໍ່ໃຫ້ແດ່ ຖ້າໃຜຮູ້ຈັກຄົນພວກນີ້ ຄົນຈີນມາຢູ່ລາວບໍ່ມີຄວາມຮັບຜິດຊອບຕໍ່ສັງຄົມລາວ. ທຸກຄົນທີ່ເຫັນເຟດນີ້ຊ່ວຍແຊຕໍ່ໃຫ້ແດ່ເດີ.

ໂຊກຍັງດີທີ່ບໍ່ຖືກຕອນຂ້ອຍໄຂປະຕູລົດອອກມາ ເພາະຄິດວ່າມີລົດກຳລັງແລ່ນເຂົ້າມາໄວມັນຂີ້ຝຸ່ນ ແຕ່ພໍລົດຄັນນີ້ຂັບເຂົ້າມາຊື່ກັບລົດຂ້ອຍ ສຽງດັງຕືບຄ້າຍຄືສຽງລະເບີດແຕກແຮງໆ . ພໍຫລຽວໄປ ທາງຂ້າງເຫັນແກ້ວທາງຂ້າງແຕກລ້າວໆ.ກ້ອງວົງຈອນປິດຍັງໄດ້ຍິນສຽງ.

ຖ້າບໍ່ມີຟີມກັນແດດຕິດ ທາງໃນ ແກ້ວຄືຊີແຕກໃສ່ຂ້ອຍ.

.

.

ທີ່ມາ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page