ຂ່າວລາຍວັນ

ແຈ້ງການ! ພັກໂຮງຮຽນ ທົ່ວເມືອງ ເນື່ອງຈາກວ່າ ໄດ້ຮັບຜົນກະທົບຈາກໝອກຄວັນ ທີ່ເປັນມົນລະພິດອັນເປັນຜົນກະທົບຕໍ່ສຸຂະພາບ

ເຖິງ: ຜູ້ອໍານວຍການໂຮງຮຽນທົ່ວເມືອງ ທ່າພະບາດ.

ເລື່ອງ: ໃຫ້ແຕ່ລະໂຮງຮຽນພັກຊົ່ວຄາວໃນລະຫວ່າງວັນທີ 28-29 ມີນາ 2023.

– ອີງຕາມ ທິດຊີ້ນໍາຂອງຄະນະປະຈໍາພັກເມືອງ ທ່າພະບາດ ໃນຄັ້ງວັນທີ 27 ມີນາ 2023. – ອີງຕາມ ທິດຊີ້ນໍາຂອງພະແນກສຶກສາທິການ ແລະ ກິລາແຂວງ ບໍລິຄໍາໄຊ ໃນຄັ້ງວັນທີ 27 ມີນາ 2023.

– ອີງຕາມ ສະພາບຄວາມເປັນຈິງທົ່ວເມືອງ ທ່າພະບາດ ມີຫມອກຄັວນໄປທົ່ວ.

ຫ້ອງການສຶກສາທິການ ແລະ ກິລາເມືອງ ທ່າພະບາດ ຂໍຖືເປັນກຽດແຈ້ງມາຍັງຜູ້ອໍານວຍການ ໂຮງຮຽນທົ່ວເມືອງ ທ່າພະບາດ ຮັບຊາບວ່າ:

ໃນລະຫວ່າງວັນທີ 28-29 ມີນາ 2023 ໃຫ້ແຕ່ລະໂຮງຮຽນພັກການຮຽນ ເນື່ອງຈາກວ່າໃນປະຈຸບັນມີຫມອກຄັວນເຊິ່ງປົກຄຸມທົ່ວເມືອງ ທ່າພະບາດ ເຊີ່ງຈະເປັນຜົນກະທົບຕໍ່ສຸຂະພາບຂອງ ນັກຮຽນ ເຊິ່ງມີອການຫັນໃຈຫມົດ ແລະ ແສບຕາ

ແລະ ພົບຄວາມຫຍຸ້ງຍາກໃນການສັນຈອນໄປມາ

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button

You cannot copy content of this page