ຂ່າວລາຍວັນ
ແຈ້ງດ່ວນ ໃຫ້ປະຊາຊົນຫຼີກລ້ຽງການສັນຈອນ ຂ້າມຂົວນໍ້າຂອງ ປາກເຊ
ມື້ນີ້ 30 ມີນາ 2023 ເວລາ 17:00- 18:00 ໂມງ ໃຫ້ປະຊາຊົນ ຫຼີກລ້ຽງການສັນຈອນ ຂາມຂົວນໍ້າຂອງ ປາກເຊ – ໂພນທອງ
.
ເພາະຈະມີພິທີສູດປະຣິຕະມຸງຄຸນ ກຳຈັດປັດເປົ່າ ຖອດຖອນ ສິ່ງທີ່ບໍ່ດີອອກຈາກຂົວ.
ອີງຕາມ ກອງປະຊຸມຄົບຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງຈຳປາສັກ ຄັ້ງວັນທີ 29 ມີນາ 2023, ຫ້ອງການບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງຈໍາປາສັກ
,
ຈຶ່ງໄດ້ອາຣາດທະນານິມົນ ພຣະອາຈານ 16 ອົງ ເພື່ອເຂົ້າຮ່ວມພິທີສູດປະຣິຕະມຸງຄຸນ ກຳຈັດປັດເປົ່າ ຖອດຖອນ ສິ່ງທີ່ບໍ່ດີອອກຈາກຂົວຂ້າມນໍ້າຂອງ ປາກເຊ – ໂພນທອງ ໃນວັນທີ 30 ມີນາ 2023 ເວລາ 17:00 ໂມງ.
,

